top of page
  • รูปภาพนักเขียนAdmin

ບໍລິສັດ ໂຕໂຍຕ້າ ລາວທານີ ຈໍາກັດ



ປະກາດຮັບສະໝັກພະນັກງານ

ບໍລິສັດ ໂຕໂຍຕ້າ ລາວທານີ ຈໍາກັດ ເປັນຜູ້ຈໍາໜ່າຍລົດຍົນໂຕໂຍຕ້າ ພ້ອມທັງອາໄຫລອຸປະກອນຕົບແຕ່ງ ມາດຕະຖານພ້ອມທັງບໍລິການສູນສ້ອມແປງເຄື່ອງຍົນ ແລະ ຕົວເຄື່ອງພົນສີທີ່ທັນສະໄຫມຕາມມາດຕະຖານສາກົນ ໂດຍມີໂຊລູມ ແລະ ສູນບໍລິການໃນເຂດນະຄອນຫລວງວຽງຈັນ 4ສາຂາ, 1ຫລວງພະບາງ ແລະ ເຊິ່ງກຳລັງຢູ່ລະຫວ່າງການດຳເນີນການຈັດຕັ້ງ ທັງນີ້ເພື່ອຮອງຮັບການມາໃຊ້ບໍລິການຂອງລູກຄ້າທີ່ເພີ່ມຂຶ້ນຢ່າງຕະຫລອດ ແລະ ຕໍ່ເນື່ອງ

ດັ່ງນັ້ນບໍລິສັດຈຶ່ງມີຄວາມຕ້ອງການບຸກຄະລາກອນທີ່ມີຄວາມສາມາດ ຄວາມມຸ່ງຫມັ້ນເພື່ອເຂົ້າເປັນທີມງານທີ່ມີປະສິດຕິພາບໃນຫລາຍຕຳແຫນ່ງ ແລະ ຫລາຍອັດຕາດັ່ງນີ້:

ພະນັກງານທຸລະການຂາຍ ( Sale Admin ) ປະຈຳນະຄອນຫຼວງ

ເງື່່ອນໄຂໃນການສະໝັກ

ເພດ ຍິງ ອາຍຸ 22 – 30 ປີ

ການສຶກສາຈົບຊັ້ນສູງຂຶ້ນໄປ

ມີທັກສະໃນການສື່ສານ

ມີມະນຸດສໍາພັນດີ ຫ້າວຫັນ ຊື່ສັດ ສາມາດນໍາໃຊ້ຄອມພິວເຕີ Microsoft Office

ຕ້ອງເປັນຜູ້ເກັບກຳຂໍ້ມູນ ເເລະ ເບີ່ງສະຕອ໋ກລົດວ່າມີເທົ່າໃດ ຕ້ອງສົ່ງລາຍງານປະຈຳວັນ

ເຮັດເອກະສານປ່ອຍລົດໃຫ້ເເກ່ພະນັກງານຂາຍເເລະຍັງເຮັດໜ້າທີເຮັດໃບປີວ

ເປັນຜູ້ປະສານຂໍ້ມູນຕ່າງໆໃນດ້ານເອກະສານການຂາຍລົດຕ່າງໆເເກ່ລູກຄ້າເເລະພະນັກງານຂາຍ

ເປັນຜູ້ກຳສະຖິຕິການຂາຍເເລະຍອດການຂາຍຂອງພະນັກງານຂາຍເເຕ່ລະຄົນອີກດ້ວຍ

ສະຫຼຸບລາຍງານປະຈຳເດືອນ ກ່ຽວກັບການຂາຍ

ມີຄວາມຮັກ ຫ້າວຫັນເເລະກະຕື້ລືລົ້ນ ສາມາດອົດທົນຕໍ່ໜ້າວຽກໄດ້ເປັນຍ່າງດີ ສື່ສັດ ສຸດຈະລິດຕໍ່ໜ້າວຽກ

ສາມາດເຮັດວຽກໄດ້ໃນທຸກສະຖານະການ ເເລະ ສາມາດເຮັດວຽກພາຍໃຕ້ເເຮງກົດດັນ

ເອກະສານປະກອບສະຫມັກວຽກມີດັ່ງນີ້:

CV ເເລະ Cover Letter ພາສາລາວ ຫຼື ອັງກິດກໍ່ໄດ້

ໃບຍັ້ງຍືນທີ່ຢູ່, ໃບຄ້ຳປະກັນ, ໃບແຈ້ງໂທດ, ໃບກວດສຸຂະພາບ

ບັດປະຈຳໂຕ, ສຳມະໂນຄົວ

ໃບປະກາດ, ໃບຄະແນນ

ໃບຜ່ານງານ

ຮູບຖ່າຍ ຂະນາດ 3x4 2ໃບ

ໝາຍເຫດ: ເອກະສານທຸກໃບເເມ່ນຕ້ອງກອ໋ບປີ້ສີ

ທ່ານໃດສົນໃຈສາມາດສົ່ງ CV ມາທີ່ Email: hr@laothani.com

ສາມາດເຂົ້າມາສະໝັກດ້ວຍຕົນເອງໄດ້ທີ່ ບໍລິສັດ ໂຕໂຍຕ້າ ລາວທານີ ສຳນັກງານໃຫ່ຍ

ຖະໜົນກຳແພງເມືຶອງ ບ້ານໂພນທັນເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ກົົງກັນຂ້າມກັບ ພັດຕະຄານອາຊ່ຽນມໍພາເລດ

ສອບຖາມຂໍ້ມູນເພີ່ມຕື່ມໂທ: 030 4488033

ดู 117 ครั้ง0 ความคิดเห็น

โพสต์ล่าสุด

ดูทั้งหมด
bottom of page