top of page
  • รูปภาพนักเขียนAdmin

YES PLS

อัปเดตเมื่อ 13 ก.ค. 2563



ຮັບສະໝັກງານ

ບໍລິສັດ ເຢສພລີດ ຈຳກັດ ໄດ້ຮັບການສ້າງຕັ້ງຂື້ນ ໃນປີ 2019 ເປັນບໍລິສັດຫນຶ່ງທີ່ຢູ່ໃນເຄືອຂອງ ບໍລິສັດ ທີເຄ ກຣຸບ ຈໍາກັດ, ເປັນບໍລິສັດທີ່ໃຫ້ບໍລິການ ແລະ ເປັນສູນກາງຊື້ - ຂາຍອອນລາຍທີ່ໃຫຍ່ທີ່ສຸດ ເປັນສູນກາງໃນການແລກປ່ຽນຊື້ - ຂາຍ ສິນຄ້າທາງອອນລາຍ ໂດຍຜ່ານຊ່ອງທາງ Application on website, Mobile phone, Tablet ແລະ  ປະຈຸບັນທຸລະກິດຂອງພວກເຮົາກຳລັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈຶ່ງຕ້ອງການເພື່ອນຮ່ວມງານຕຳແໜ່ງດັ່ງນີ້:

ວິຊາການ Digital Marketing 1 ຕໍາແຫນ່ງ

ໜ້າທີ່ຮັບພິຊອບ

  • ເປັນຜູ້ບໍລິຫານຊ່ອງທາງການສື່ສານທາງອອນລາຍ ບໍ່ວ່າຈະເປັນ Social Media ຫຼື Website

  • ຮັບວຽກຈາກ Creative content ແລະ Graphic Design ມາວາງແຜນຄັດເລືອກການນຳໃຊ້ສື່ອອນລາຍ ແລະຈັດຕາຕະລາງການໂພສລົງສື່ແຕ່ລະປະເພດໃຫ້ເຫມາະສົມກັບກຸ່ມເປົ້າຫມາຍ ແລະ ແຄມເປນ ຜ່ານແພັດຟອມເຢສພລີດ.

  • ຮັບຜິດຊອບອັບເດດ content ລົງເວັບໄຊ ແລະ Social Media ຕ່າງໆ.

  • ເປັນ ແອັດມີນເພຈ, ໃຫ້ບໍລິການຕອບຄຳຖາມລູກຄ້າທຸກຊ່ອງທາງ.

  • ກວດສອບ ແລະ ຕິດຕາມຜົນ ແຄມເປນ ແລະ ກິດຈະກຳ ຈາກສື່ອອນລາຍຕ່າງໆ.

  • ເຮັດລາຍງານຜົນໄດ້ຮັບຈາກການໂຄສະນາຜ່ານສື່ຕ່າງໆ.

ເງື່ອນໄຂຮັບສະໝັກ:

  • ຈົບການສຶກສາລະດັບປະລິນຍາຕີ ສາຂາການຕະຫຼາດ, ບໍລິຫານທຸລະກິດ, ການປະຊາສຳພັນ, ການສື່ສານມວນຊົນ ຫຼື ສາຂາທີ່ກ່ຽວຂ້ອງ.

  • ມີປະສົບການການເຮັດວຽກຢ່າງໜ້ອຍ 2 ປີ ໃນຂະແຫນງການການຕະຫລາດອອນລາຍ, ການວິເຄາະການຕະຫຼາດ ດິຈິຕໍລ.

  • ມີປະສົບການການໃຊ້ງານກັບແພັດຟອມດິຈິຕໍລ: ໂຄສະນາໃນ Facebook, Instagram, YouTube, Line ແລະອື່ນໆ.

  • ມີຄວາມຮູ້ກ່ຽວກັບເທັກໂນໂລຢີ.

ຕິດຕໍ່ພົວພັນ ເພື່ອຍື່ນເອກະສານສະໝັກໄດ້ທີ່:

ບໍລິສັດ ທີເຄ ກຣຸບ ຈຳກັດ, ຫ້ອງການສຳນັກງານຕັ້ງຢູ່ 3/33 ຖະໜົນສາມແສນໄທ, ບ້ານສີເມືອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ( ໃນວັນຈັນ - ສຸກ ໃນໂມງລັດຖະການ 8:30 – 17:00 ), ປິດຮັບສະໝັກວັນທີ 20/7/2020

ໂທ: 021 254 841, ແຟັກ 021 254 840 ຫຼື  E-Mail : recruitment@tkgroup.la ເບິ່ງຂໍ້ມູນເພີ່ມເຕີມ: www.tkgroup.la

ดู 9 ครั้ง0 ความคิดเห็น

โพสต์ล่าสุด

ดูทั้งหมด
bottom of page